ປະຫວັດວັນເຂົ້າພັນສາ ປະເພນີເຂົ້າພັນສາ ແຮມ 1 ຄໍ່າ ເດືອນ 8

ປະຫວັດວັນເຂົ້າພັນສາ


ປະຫວັດວັນເຂົ້າພັນສານັ້ນ ເລີ່ມຕົ້ນຈາກເມື່ອສະໄຫມພຸດທະການ ໂດຍພຣະພຸດທະເຈົ້າເປັນຜູ້ກຳນົດຂື້ນເນື່ອງຈາກມີຜູ້ມາຮຽກຮຽນວ່າ ພຣະພິກຂຸສົງເດີນທາງໄປເຜີຍແຜ່ພຣະພຸດທະສາດສະໜາໂດຍບໍ່ຢຸດຢ່ອນເລີຍ ແມ່ນແຕ່ລະດູຝົນທີ່ຝົນຕົກແຮງ ແລະນຳ້ຖ່ວມ ການເດີນທາງລຳບາກ ບາງຄັ້ງພຣະສົງເຫຼົ່ານັ້ນຍັງຍ່າງໄປຢຽບຢ້ຳພືດຜັກ ຫຼືຜົນຜະລິດທີ່ກຳລັງເຕີບໂຕ ແລະກຳລັງຜະລິດດອກອອກຜົນ ໄດ້ຮັບຄວາມເສຍຫາຍ

ດັ່ງນັ້ນພຣະພຸດທະເຈົ້າຈຶ່ງໄດ້ກຳນົດໃຫ້ລະດູຝົນເປັນລະດູສຳຫຼັບການຢຸດພັກການເດີນທາງໄປເຜີຍແຜ່ສາດສະໜາຂອງພຣະສົງ ໂດຍກຳນົດໃຫ້ຕັ້ງແຕ່ວັນ ແຮມ 1 ຄ່ຳ ເດືອນ 8 ເປັນວັນເຂົ້າພັນສາ ຈົນເຖິງວັນຂື້ນ 15 ຄ່ຳ ເດືອນ 11 ແລະເປັນວັນອອກພັນສາ ເພື່ອພຣະສົງຈະໄດ້ຢຸດພັກຈາກການເຜີຍແຜ່ພຣະພຸດທະສາດສະໜາ ໄດ້ປະຕິບັດແລະສຶກສາພຣະທັມເພີ່ມເຕີມ ແລະສັ່ງສອນລູກສິດຫຼືພຣະໃຫມ່ທີ່ຫາກໍ່ບວດໄດ້ຮ່ຳຮຽນທັມມະຢ່າງເຕັມທີ່ ໂດຍໃຫ້ພຣະສົງຢູ່ປະຈຳທີ່ບໍ່ໄປຈຳວັດທີ່ອື່ນຕະຫຼອດໄລຍະເວລາ 3 ເດືອນທີ່ເຂົ້າພັນສານັ້ນແມ່ນແຕ່ຄືນດຽວ ຫາກພຣະສົງບໍ່ສາມາດກັບມາທັນກ່ອນຕາເວັນຂື້ນ ຖືວ່າພິກຂຸນັ້ນຂາດພັນສາ ແຕ່ມີຂໍ້ຍົກເວັ້ນຫາກມີເຫດຈຳເປັນບໍ່ສາມາດກັບມາໄດ້ທັນ ແຕ່ຕ້ອງກັບມາພາຍໃນ 7 ວັນ ຄື:
1. ໄປຮັກສາພິກຂຸຫຼືບິດາມານດາທີ່ເຈັບປ່ວຍ
2. ໄປຫ້າມບໍ່ໃຫ້ພິກຂຸສົງນັ້ນສິກອອກຈາກການເປັນພຣະສົງ
3. ໄປເພື່ອທຸລະຂອງຄະນະສົງ ເຊັ່ນ: ໄປເພື່ອຫາອຸປະກອນມາຊ້ອມແຊມສາດສະນະສະຖານ ຫຼືໄປທຳສັງຄະກຳ
4. ອຸບາສົກອຸບາສິການິມົນໄປສະຫຼອງສັດທາໃນການບຳເພັນກຸສົນຂອງເຂົາ


ເປັນຫຍັງຕ້ອງມີວັນເຂົ້າພັນສາ.?

ປະເພນີເຂົ້າພັນສາເກີດຂື້ນຕັ້ງແຕ່ສະໄຫມພຸດທະການ ເມື່ອກ່ອນບໍ່ມີປະເພນີນີ້ ແຕ່ຕອນໜ້າຝົນ ຊາວນາເຮັດນາ ເວລາພຣະຍ່າງໄປຢຽບຖືກເຂົ້້າ ຖືກກ້າ ຢຽບແມງໄມ້ຕາຍໂດຍບໍ່ຮູ້ໂຕ ຈົນຊາວບ້ານເຂົາຕິຕຽນ ຕໍ່ມາມີຄົນໄປກາບທູນພຣະສຳມາສຳພຸດທະເຈົ້າ ພຣະອົງຈຶ່ງຊົງບັນຍັດໃຫ້ມີການຈຳພັນສາໃນຊ້ວງໜ້າຝົນ 3 ເດືອນ ຄື ຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 11 ຊ້ວງ 3 ເດືອນນີ້ ພຣະພິກຂຸສົງຈະຢູ່ອາວາດດຽວຕະຫຼອດ 3 ເດືອນ ບໍ່ຈາຣິກໄປໃນທີ່ຕ່າງໆ ປະເພນີເຂົ້າພັນສາຈຶ່ງເກີດຂື້ນຕັ້ງແຕ່ບັດນັ້ນເປັນຕົ້ນມາຈົນເຖິງປັຈຈຸບັນ.

ຄຳອະທິດຖານເຂົ້າພັນສາ

ອິມັດສະມິງ ອາວາເສ ອິມັງ ເຕມາສັງ ວັດສັງ ອຸເປມິ

ວ່າດັ່ງນີ້ໝົດທຸກອົງຄ໌ຕາມລຳດັບພັນສາ ຈົບແລ້ວເຈົ້າອະທິການວັດ ຈະໃຫ້ໂອວາດຕັກເຕືອນພຣະພິກຂຸ ສາມະເນນໃຫ້ຕັ້ງໃຈສຶກສາຮ່ຳຮຽນ ປະພຶດດີ ປະຕິບັດຊອບຈົບແລ້ວນຳເອົາຜ້າຈຳພັນສາ ແລະ ບໍຣິຂານມາແຈກແບ່ງກັນ ເປັນອັນຈົບພິທີ.
Share on Google Plus

About ທັມມະທັມໂມ

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น