ບຸນເຂົ້າປະດັບດິນ


ບຸນຫໍ່ເຂົ້າປະດັບດິນ


ເມື່ອເຖິງເດືອນ 9 ເຮັດບຸນເຂົ້າປະດັບດິນ ເປັນບຸນທີ່ຖວາຍທານແກ່ພຣະສົງຄ໌ຂອງລາວເຮົາອີກຄັ້ງໜຶ່ງ ຄືບຸນປະດັບດິນ, ຄຳວ່າ  ເຂົ້າປະດັບດິນ ກໍໄດ້ແກ່ເຂົ້າປາອາຫານຄາວ ຫວານ ແລະຂອງຄ້ຽວທີ່ເຮົາເຮັດເປັນຫໍ່ ແລ້ວນຳໄປຖວາຍທານແດ່ ເອົາໄປຫ້ອຍໄວ້ຕາມສາລາໂຮງທັມແດ່ ຕາມຂ້າງໂບດວີຫານ ຫ້ອຍແຂວນ ໄວຕາມຕົ້ນໄມ້ ຫລື ບໍ່ກວາງໄວ້ຕາມດິນ ຕາມຫຍ້າ ເອີ້ນວ່າ ເຂົ້າປະດັບດິນ ການເຮັດບຸນ ມີໃຫ້ທານແລະຮັກສາສິນເປັນຕົ້ນ 

ຈຸດປະສົງ: ກໍເພື່ອອຸທິດຜົນບຸນໃຫ້ເປຕະຊົນ ເຜດ ຜູ້ທີ່ລ່ວງລັບໄປແລ້ວໃຫ້ໄດ້ມີສວນ ອະນຸໂມທະນາໃນສວນກຸສົນ ແລ້ວໃຫ້ໄດ້ໄປເກີດຕາມຍະຖາກັມຂອງຕົນ ການເຮັດບຸນເຊົ້າປະດັບດິນນັ້ນ ເປັນຈາຄະເຈຕະນາຍ່າງກ້ວາງຽ ບໍ່ມີການຂີ້ຖີ່ ຫວງແຫນໃນມື້ນັ້ນ ແມ່ນແຕ່ນົກ ກາ ໝູ ໝາ ຈະອຸດົມສົມບູນອີ່ມໜັງສຳຣານກັນທັງນັ້ນ ເພາະຕາມກົກໄມ້ ທັງໃນວັດ ແລະ ນອກວັດ ຈະເດັຍລະດາດໄປດ້ວຍເຊົ້າປະດັບດິນ ເພາະບຸນນີ້ນິຍົມເຮັດໃນເດືອນ ໋9 ່່ດັບເຮົາຈື່ງເອີ້ນອີກຍ່າງໝື່ງວ່າ ບຸນເດືອນ 9 ດັບ

ມູນເຫດ: ຂອງການເຮັດບຸນເຂົ້າປະດັບດິນ ຄວາມເປັນມາເຣື່ອງຂອງບູນຫໍ່ເຂົ້າປະດັບດິນ ຍາຕິພີ່ນ້ອງຂອງເຈົ້າພິມພິສານໄດ້ໄປວັດ ແລ້ວລັກກິນຂອງສົງ ຄື ບໍ່ໄດ້ຂໍ່ ກິນ ຕາຍໄປກໍ່ຈະເກີດເປັນເຜດ ອືດຍາກຫອດຫິວ ເຂົ້າຈະກິນກໍ່ບໍ່ມີ ຜ້າຈະນຸ່ງຮົມກໍ່ບໍ່ມີ ເປັນເຜດຜີເປືອຍຍູ່ໃນແຖວນັ້ນ ມື້ໝື່ງພະເຈົ້າພິມພິສານເຂົ້າໄປຖະວາຍທານແຕ່ບໍ່ໄດ້ ອຸທິຜົນສົ່ງໄປໃຫ້ພວກເຜດ ຍາຕິພີ່ນ້ອງຈື່ງບໍ່ໄດ້ຮັບຜົນທານ ຕ່າງກໍ່ສະແດງປະຕິກິຣິຍາຮ້ອງໃຫ້ສົ່ງສຽງໃຫ້ ໃຫ້ປະກົດແກ່ເຈົ້າພິມພິສານ ພຣະອົງສົ່ງໃສ່ວ່າແມ່ນເຫດ ອັນໃດນັ້ນຈື່ງໄດ້ນຳເອົາເລື່ອງນັ້ນເຂົ້າໄປຂາບທູນພຣະພຸດທະເຈົ້າ ພຣະພຸດທະອົງຈື່ງໄດ້ຕັດ ບອກເຣື່ອງນັ້ນໃຫ້ເຈົ້າພິມພິສານຊົງຊາບ ແລ້ວພຣະເຈົ້າພິມພິສານຈື່ງໄດເຮັດທານ ອຸທິຜົນສົ່ງໄປໃຫ້ ພວກເຜດເຫລ່ານັ້ນຈື່ງໄດ້ຮັບຜົນທານ ມີເຂົ້າປາອາຫານອຸດົມສົມບູນແຕ່ຍັງບໍ່ມີຜ້ານຸ່ງ ມື້ຕໍ່ມາພຣະເຈົ້າພິມພິສານຖະວາຍຜ້າ ແລ້ວອຸທິດຜົນສົ່ງໄປໃຫ້ອີກ ພວກເຜດເຫລົ່ານັ້ນຈື່ງອຸດົມສົມບູນໄປດ້ວຍອາຫານ ພ້ອມທັງເຄື່ອງນຸ່ງ;ົ່ມທຸກປະການ ດ້ວຍເຫດຜົນນີ້ຍາດຕິພີນ້ອງຂອງເຮົາທັງຫລາຍທີ່ລ່ວງລັບໄປແລ້ວ ເມື່ອເຂົາເຈົ້າຍັງຍູ່ໃນເປຕະວິໄສຍົງບໍ່ໄດ້ໄປເກີດພວກເຂົາອຸທິດບຸນສົ່ງໄປໃຫ້ກຸສົ້ມທີ່ເຮົາບຳເພັງໄປແລ້ວ ກໍ່ຈະອຳນວຍປະໂຍດສຸຂໃຫ້ແກ່ທັງສອງຜ່າຍ ຄື ທັງຍາດຕິພີ່ນ້ອງຂອງເຮົາ ແລະ ແກ່ຕົວເຮົາອີກດ້ວຍ,


  ພິທີເຮັດບຸນຫໍ່ເຂົ້າປະດັບດິນ

ມື້ແຮມ 15 ຄ່ຳ ເດືອນ 9 ກຽມຫາເຄື່ອງ ອາຫານ ຄາວຫວານ ຫໍ່ເຂົ້າຕົ້ມ ເຂົ້າໜົມ ນ້ຳອ້ອຍ ນ້ຳຕານ ໝາກ ພູ ຍາດູດ ໃຫ້ຄົບເພື່ອຈະໄດ້ເຮັດທານ ແລ້ວແບ່ງສ່ວນຂອງທານນັ້ນອອກເປັນສີ່ສວນທີ່ໝື່ງ ເອົາໃວກິນກັນໃນຄອບຄົວ ສວນທີ່ສອງແບ່ງໃຫ້ຍາດຕິພີ່ນ້ອງ ຫລື ຍາຕິມິດສະຫາຍ ບ້ານໃກ້ເຮືອນຄຽງ ສວນທີ່ສາມນັ້ນແມ່ນອຸທິດຜົມໃຫ້ກ່ຍາດຕິພີ່ນ້ອງພໍ່ແມ່ແລະຄົນທີ່ລ່ວງລັບໄປແລ້ວ . ເຂົາຈະຫໍ່ ເປັນຫໍາ່ຽໃຫ້ໄດ້ພອສົ້ມຄວນ ເອົາໃບກ້ວຍມາຫໍ່ຂອງຫວານ 1 ຫໍ່ ຂອງຄາວ 1  ຫໍ່ ໝາກພູ ກອນຍາ 1 ຫໍ່ ແລ້ວຫຍິບຕິດກັນເປັນຫໍ່ໃຫຍ່ ສ່ວນທີ່ສີ່ນັ້ນແມ່ນຕັກບາດຖະວາຍພຣະສົງ ຂັ້ນຕອນ 4 ໂມງເຊົ້າ ມື້ແຮມ 15 ຄ່ຳ ເດືອນ 9 ກໍ່ຈະເອົາເຄື່ອງສວນ  ທີ່ຈະເຮັດບູນໃຫ້ແກ່ຍາຕິນັ້ນ ໃສ່ກະຕ່າກະບຸງເອົາໄປຫ້ອຍໄວ້ຕາມກົກໄມ້ ຕາມຂ້າງໂບດ ຂ້າງວິຫານ ຫລື ຕາມຕິດ ຕາມຫຍ້າ ສ່ວນນີ້ເຮົາຖືວ່າໄດ້ອຸທິສຜົລເພື່ອບຸບພະເປຕະ ພະລີແລ້ວ ຕັນແຈ້ງສ່ວາງເປັນມື້ແຮມ 15 ຄ່ຳແລ້ວ ກໍ່ເອົາສ່ວນທີ່ ຈັດໄວ້ສຳຫລັບຖວາຍພຣະສົງນັ້ນໄປໂຮມກັນທີ່ສາລາໂຮງທັມ ແລ້ວໄຫ້ວພຣະຮັບສີລ ຕັກບາຕຖວາຍສັງຄະທານ ແລ້ວມີການເທດສະລອງ ຫລື ຈະພັງທັມລຳອື່ນຽ ຫລື ຈັດໃຫ້ມີການອົບຮົມໂດຍສະແດງປະຖະກາຖາກໍ່ສູດແລ້ວແຕ່ ສັດທາຈະຕົກລົງກັນ.

ມີຄຣິບ


ຄຳບູຊາເຂົ້າປະດັບດິນ: 

ອິມານິ ມະຍັງ ພັນເຕ ສັບພະໂພຊະນານິ ນານາ ວັດຖຸການິ ຣັດຕະນັດຕະຍັດສະ ອະພິປູເຊມະ ອັມຫາກັງ ມາຕາປີຕາທິນັງຄຸນະວັນຕານັນຈະ ໄມຫັນຈະ ທີຄະຣັດຕັງ ຫິຕາຍະ ສຸຂາຍະ 
ພັນເຕຂ້າແຕ່ທ່ານຜູ້ຈະເລີນ ພວກຂະນ້ອຍທັງຫລາຍ ຂໍ່ບູຊາເຊິ່ງເຂົ້າປະດັບດິນ ອັນປະກອບດ້ວຍ ວັດຖຸຕ່າງຽ ທັງຫລາຍເຫລົ່ານີ້ ແດ່ພຣະຣັດຕະນະໄຕ ແລະພຣະສະຖູບຮູບພຣະເຈດີ ແລະ ພຣະສີມະຫາໂພ ເພື່ອໃຫ້ເປັນປະໂຍດ ແລະຄວາມສຸກ ແລະ ຄວາມຈະເລີນ ແກ່ພວກຂະນ້ອຍທັງຫລາຍ ຜູ້ມີຄຸນ ໝາຍມີ ບິດາ ມານດາ ຍາດຕິກາວົງສາ ແລະ ຄູອຸປັດຊາ ອາຈານເປັນຕົ້ນ ທີ່ລ່ວງລັບດັບຂັນໄປສູ່ປະລາໂລກແລ້ວນັ້ນ ຂໍ່ຈົ່ງມາອະນຸໂມທະນາ ສາທຸການຮັບເອົາຜົນທານດອກຝຸງຂ້າ ທັງລາຍທຸກຕົນ ທຸກຄົນແດ່ກໍຂ້າເຖີ້ນ.

Share on Google Plus

About ທັມມະທັມໂມ

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

2 ความคิดเห็น: