ພຣະ ວິນັຍປີດົກ



ພຣະ ວິນັຍປີດົກ

ປະຫວັດ ແລະ ຄວາມເປັນມາຂອງພຣະໄຕຣປີດົກ
1. ໂຄງສ້າງຂອງພຣະໄຕຣປີດົກ
        ສາສນາທຸກສາສນາ ມີຄໍາພີ ຫຼື ຕໍາລາທາງສາສນາເປັນຫຼັກໃນການສັ່ງສອນເຖິງແມ່ນວ່າແຕ່ເດີມ ຈະບໍ່ຂີດຂຽນເປັນລາຍລັກອັກສອນ ແຕ່ເມື່ອມະນຸດຮູ້ຈັກໃຊ້ຕົວອັກສອນໜັງສືກໍ່ໄດ້ມີການຂຽນ ການຈາລຶກຄໍາສອນໃນສາສນານັ້ນໆໄວ້ເມື່ອໂລກຈະເລີນຂຶ້ນຂັ້ນມີການພີມໜັງສືເປັນເຫລັມໆໄດ້ ຄໍາພີສາສນາເຫຼົ່ານັ້ນກໍ່ມີຜູ້ພີມເປັນເຫລັ່ມຂຶ້ນໂດຍລໍາດັບ.
        ພຣະໄຕຣປີດົກ ຫຼື ເປັນພາສາບາລີວ່າຕິປິດົກນັ້ນເປັນຄໍາພີ ຫຼື ຕໍາລາທາງພຸດທະສາສນາເຊັນດຽວກັບໄຕຣເວດເຊິ່ງເປັນຄໍາພີຂອງສາສນາພຣາມ ໃບເບິດຂອງສາສນາຄຣິດ ອັນກຸຣະອານຂອງສາສນາອິດສະລາມ ດັ່ງນັ້ນຈະກ່າວໂດຍສັບວ່າ ຄໍາວ່າ ພຣະໄຕຣປີດົກ ແປວ່າ 3 ຄໍາພີ ເມື່ອແຍກເປັນຄໍາໆວ່າ ພຣະ +ໄຕຣ+ປີດົກ = ຄໍາວ່າ ພຣະ ເປັນການສະແດງຄວາມເຄົາລົບ ຫຼື ຍົກຍອງ ຄໍາວ່າ ໄຕຣ ແປວ່າ 3 ຄໍາວ່າ ປີດົກ ແປ ໄດ້ 2 ຢ່າງ ຄືແປວ່າ ຄໍາພີ ຫຼື ຕໍາລາຢ່າງໜຶ່ງແປວ່າ ກຣະຈາດ ຫຼື ກະຕ່າ ຄວາມໝາຍລວມວ່າ ທີເກັບລວບລວມຂອງຄໍາສັ່ງສອນຂອງພຣະພຸດທະເຈົ້າໄວ້ເປັນໝວດໝູ່ ບໍ່ໃຫ້ກະຈັດກະຈາຍຫາຍໄປ ເຊັນກັບ ກະຕ້າທີໃຊ້ຂອງເພື່ອບໍໃຫ້ຂອງຫາຍໄປເຊັນນັ້ນ.
ພຣະໄຕຣປີດົກແບງອອກເປັນ 3 ຄໍາພີ ໃຫຍ່ຄື:
1. ວິນັຍປີດົກ         : ວ່າດ້ວຍວິນັຍ ຫຼື ສີລຂອງພິຂຸກ ພິຂຸນີ 
2. ສູດຕັນຕະປີດົກ : ວ່າດ້ວຍພຣະທັມມະເທດສະນາທົ່ວໆໄປ 
3. ອະພິທັມປີດົກ    : ວ່າດ້ວຍທັມມະລ້ວນໆ ຫຼື ທັມມະທີສໍາຄັນ

1.2 ພຣະ ວິນັຍປີດົກ
        ພຣະວິນັຍປີດົກຄື ຄໍາພີທີ່ປະມວນລະບຽບຂໍ້ບັງຄັບຂອງບັນພຣະສິດທີ່ພຣະພຸດທະເຈົ້າບັນຍັດ ໄວ້ສໍາລັບພິຂຸ ພິຂຸນີ ມີໂຄງສ້າງເນື້ອຫາຄໍາພີ 5 ຄໍາພີ ມີການແບງໂຄງສ້າງ 3 ແບບຄື. 
   ແບບທີ 1 ປາກົດໃນຄໍາພີຊິຣສາລັດສັງຄະຫະ ທີ່ພຣະຣັດນະປັນຍາເຖຣະຈນາຂຶ້ນເມື່ອ ພ.ສ. 2075 ຂໍ້ 22 ມີຫົວໃຈຄໍາພີວ່າ ອາ ປາ ມະ ຈູ ປະ ມີຄວາມໝາຍດັ່ງນີ້.
ອາ   :  ອາທິກັມມະ ເປັນຊື່ຄໍາພີທີ່ລວມສິກຂາບົດກ່ຽວກັບອາບັດໜັກ ໄດ້ແກ່ ປາຣາຊິກ ສັງຄາທິເສສ ແລະ ອະນິຍົດ
ປາ   :  ປາຈິດຕີ ເປັນຄໍາພີທີ່ລວມສິກຂາບົດທີ່ກ່ຽວກັບອາບັດເບົາ ໄດ້ແກ່ ນິສສັກຄີປາຈິຕີ ປາຕິເທສະນິຍະ ເສຂີຍະວັດຕ໌ ແລະ ອະນິອະທິກອນສະມະຖະ ຊຶ່ງເປັນວິທີລະງັບອະທິກອນລວມເຖິ່ງພຣະບັນຍັດຝ່າຍພຣະພິສຸນີທີຮຽກວ່າພິຂຸນີວິພັງຄ໌ທັ່ງໝົດ.
ມະ  :  ມະຫາວັກຄ໌ ເປັນຊື່ຄໍາພີທີ່ປະມວນສິກຂາບົດທີ່ມານອກພຣະປາຕິໂມກຕອນຕົ້ນແບ່ງອອກເປັນ 10 ຂັນທະກະ ຫຼື 10 ຕອນ.
ຈູ    :  ຈູຣະວັກຄ໌ ເປັນຊື່ຄໍາພີທີປະມວນສິກຂາບົດທີມານອກພຣະປາຕິໂມກພຣະປາຕິໂມກຕອນປາຍແບ່ງອອກເປັນ 12 ຂັນທະກະ ຫຼື 12 ຕອນ.
ປະ  :  ປະຣິວາດ ເປັນຄໍາພີສ່ວນປະກອບຫຼືພາກພະນວດ ທີ່ປະມວນເນື້ອງຫາສາລະຂອງພຣະວິນັຍທັງໝົດເຂົ້າມາໄວ້ດ້ວຍກັນໃນລັກສະນະເປັນຄໍາຖາມ ແລະ ຄໍາຕອບ ເພື່ອໃຫ້ເປັນຄູ່ມືສໍາລັບຊັກຊອບຄວາມຮູ້ໃນພຣະວິນັຍໃຫ້ງ່າຍຕໍຄວາມເຂົ້າໃຈຍິ່ງຂຶ້ນ.
       
   ແບບທີ່ 2 ປາກົດໃນຄໍາພີ ວະຊິຣາສາຣັດຖະສັງຄະຫະຂໍ້ 398 ວ່າ ປາປາມະຈຸປິຕິ ປັນຈະວິທັງ ວິນັຍປິຕະກັງພຣະວິນັຍປີດົກມີ 5 ຄໍາພີຄື ປາ ປາ ມະ ຈູ ປະ ທ່ານແບ່ງພຣະວິນັຍອອກເປັນ 5 ຄໍາພີ ມີຄໍາພີ ປາ ປາ ມະ ຈູ ປະ ມີຊື່ຄໍາພີແບບທີ 1 ຕ່າງກັນແຕໍ່ຄໍາທໍາອິດຄື.
    ປາ : ປາຣາສິກ
    ປາ : ປາຈິດຕີ
    ມະ : ມະຫາວັກຄ໌
    ຈູ   : ຈູຣະວັກຄ໌
    ປະ : ປະຣິວາດ

   ແບບທີ່ ມີຫົວໃຈຄໍາພີວ່າ ມະ ພິ ມະ ຈູ ປະ ມີຊື່ຄໍາດັ່ງນີ້
    ມະ    : ມະຫາວິພັງຄ໌
    ພິ     : ພິຂຸນີວິພັງ
    ມະ    : ມະຫາວັກຄ໌
    ຈູ      : ຈູຣະວັກຄ໌
    ປະ    : ປະຣິວາດຄ໌
    ນອກຈາກນີ້ຍັງມີການຈັດແບ່ງອອກເປັນ 3 ຄໍາພີຮຽກຊື່ວ່າ ສຸ ຂະ ປະ ບ່າງ ວິ ຂະ ປະ ຊຶ່ງອັກສອນຫຍໍ້ເຫຼົ່ານີໝາຍເຖິ່ງ.
    ສຸ    : ສຸຕະວິພັງຄ໌ ເປັນຊື່ຄໍາພີທີ່ປະມວນສິກຂາບົດໃນມະຫາວິພັງ ຫຼື ພິຂຸນີວິພັງຄ໌ ໄວ້ດ້ວຍກັນສ່ວນຊື່ຫຍໍ້ວ່າ ວິ ກໍຄື ມະຫາວິພັງຄ໌ຄື ພິຂຸກ ແລະ ພິຂຸນີວິພັງ ເປັນຊື່ຄໍາພີທີ່ປະມວນສິຂາບົດຈາກທັງ 2 ວິພັງມາໄດ້ດ້ວຍ.
    ຂະ   : ຄື ຂັນທະກະ ເປັນຊີ່ຄໍາພີທີ່ປະມວນສິກຂາບົດທີ່ມານອກພຣະປາຕິໂມກທັ້ງໃນສ່ວນຂອງມະຫາວັກຄ໌ ແລະ ຈູຣະວັກເຂົ້າໄວ້ດ້ວຍກັນ.
    ປະ   : ປະຣິວາຣ ເປັນຄໍາພີສ່ວນປະກອບ ຫຼື ພາກພະໜວດ.

1.3 ເນື່ອງຫາຂອງພຣະວິນັຍປີດົກ
        ພຣະວິນັຍປີດົກຄື ປະມວນພຸດທະວະຈະນະໝວດພຣະວິນັຍຄື ພຸດທະບັນຍັດກ່ຽວກັບຄວາມ ປະພຶດ ຄວາມເປັນຢູ່ ຂະນົບທໍານຽບ ແລະ ການດໍາເນີນກິດຈະການຕ່າງໆຂອງພິຂຸສົງ ແລະ ພິສຸນີສົງແບ່ງເປັນ 5 ຄໍາພີ (ຮ່ຽກວ່າ ອາ ປາ ມະ ຈຸ ປະ ) ຈໍານວນ 8 ເຫລັ່ມ.
    ເຫລັ່ມທີ ມະຫາວິພັງ ພາກ 1 ວ່າດ້ວຍສິກຂາບົດໃນປາຕິໂມຝ່າຍພິຂຸສົງຄ໌ (ຫຼື ເປັນຂໍ້ບັງຄັບໃຫ້ກັບພຣະພິຂຸສົງຄ໌ ) 19 ຂໍ້ທໍາອິດຊຶ່ງຢູ່ໃນອາບັດໜັກ ຫຼື ຄວາມຜິດສະຖານໜັກຄື ປາຣະຊິກ ສັງຄາທິເສດ ອະນິຍົດ.
   ເຫລັ່ມທີ ມະຫາວິພັງຄ໌ ພາກ 2 ວ່າດ້ວຍສິຂາບົດໃນປາຕິໂມກຝ່າຍພິຂຸສົງ ຂໍ້ທີ່ເຫຼື່ອເຊິ່ງຢູ່ໃນຣະດັບອາບັດເບົາ ຫຼື ຄວາມຜິດສະຖານເບົາຄື ຕັ້ງແຕ່ນິສັກຄີປາຈິຕິຍ໌ ຈົນຄົບສິກຂາບົດ 227 ຫຼື ສີລ 227.
    ເຫລັ່ມທີ ພິຂຸນີວິພັງ ວ່າດ້ວຍສີລຂອງພິຂຸນີ 311 ຂໍ້.
    ເຫລ່ມທີ ມະຫາວັກຄ໌ ພາກ 1 ວ່າດ້ວຍສິກຂາບົດນອກປາຕິໂມກ (ລະບ່ຽບຂໍ້ບັ່ງຄັບທົ່ວໄປກ່ຽວກັບຄວາມເປັນຢູ່ ແລະ ການດໍາເນີນກິດຈະການຂອງພິຂຸສົງຄ໌) ຕອນຕົ້ນ ມີ 4 ຂັນທະກະ (ໝວດ)ຄື ເລື່ອງກໍາເນິດພິຂຸສົງຄ໌ ແລະ ການອຸປະສົບບົດ ອຸໂບສະຖະ ຈໍາພັນສາ ແລະ ປະວາຣະນາ. 
   ເຫລັ່ມທີ 5 ຈູຣະວັກ ພາກ 2 ວ່າດ້ວຍສິຂາບົດນອກປາຕິໂມກຕອນຕົ້ນ (ຕໍ່) ມີ 6 ຂັນທະກະ(ໝວດ) ຄື ເລື່ອງເຄື່ອງໜັງ ເພສັດຊ໌ ຈີວອນ ນິຄະຫະກໍາ ແລະ ການທະເລະວິວາດ ແລະ ສາມະຄີ.
    ເຫລັ່ມທີ 6 ຈູຣະວັກຄ໌ ພາກ 1 ວ່າດ້ວຍສິຂາບົດນອກປາຕິໂມກຕອນປາຍມີ 4 ຂັນທະກະຄື ເລື່ອງນິຄະຫະກໍາ ວຸທານະວິທີ ແລະ ການລະງັບອະທິກອນ.
    ເຫລັ່ມທີ ຈູຣະວັກ ພາກ 2 ວ່າດ້ວຍສິກຂາບົດນອກປາຕິໂມຕອນປາຍ(ຕໍ່) ມີ 8 ຂັນທະກະ ຄື ເລື່ອງຂໍ້ບັນຍັດເລັກນ້ອຍ ເລື່ອງເສນາສະນະ ສັງຂະເພດ ວັດຕ່າງໆການສວດປາຕິໂມກ ເລື່ອງພິຂຸນີ ເລື່ອງສັງຄາຍະນາຄັ້ງທີ 1 ແລະ ຄັ້ງທີ 2.
    ເຫລັ່ມທີ ປະຣິວາຣ ຄູ່ມືການຖາມຕອບຊ້ອມຄວາມຮູ້ພຣະວິນັຍ.
    ພຣະອະຖະກະຖາຈານກ່າວວ່າ ພຣະໄຕຣປີດົກມີເນື່ອຫາທັງໝົດ 84000 ພຣະທັມມະຂັນແບ່ງເປັນ ພຣະວິນັຍປີດົກ 21,000 ພຣະທັມມະຂັນ ພຣະສູດຕັນຕະປີດົກ 21,000 ພຣະທັມມະຂັນ ພຣະອະພິທັມ 42,000 ພຣະທັມມະຂັນ.
-----------------------
ໝາຍເຫດ: ຫຼັງຈາກທ່ານອ່ານແລ້ວກະລຸນາຂຽນຄອມເມັນບອກວ່າ ອັກຂະລະໃດມີ່ຜິດ ເພາະຜູ້ຂຽນບໍມີທີມງານຊວຍໃນການກອດແກ້ ມີແຕ່ຄວາມສັດທາ ແລະ ປາດຖະໜາດີ (ຄົນດຽວ)


Share on Google Plus

About ທັມມະທັມໂມ

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

4 ความคิดเห็น:

  1. ความคิดเห็นนี้ถูกผู้เขียนลบ

    ตอบลบ
  2. ພັນເຕ ຂະນ້ອຍອ່ານແລ້ວ ກໍ່ມີຂໍ້ຜິດພາດໜ້ອຍໜຶ່ງ ອາດເປັນຍ້ອນເທັກນິກການພິມ ເພາະຂຶ້ນຕົ້ນກໍ່ຜິດແລ້ວ ຢ່າງເຊັ່ນ: ສາສະນາ ຫຼື ສາສະໜາ ກໍ່ພິມເປັນ ສານສະນາ, ສັ່ງສອນ ກໍ່ອອກເປັນ ສ່ງສອນ ແລະ ການໃຊ້ວັນນະຍຸດໃຊ້ໄມ້ເອກ-ໄມ້ໂທ ກໍ່ຍັງຕົກຫຼົ່ນຢູ່... ໃນຄວາມຄິດເຫັນສ່ວນຕົວ ກໍ່ຢາກມີຄຳເຫັນໜ້ອຍໜຶ່ງ ໃນເລື່ອງຂອງການໃຊ້ພະຍັນສະນະ ຢາກໃຫ້ໃຊ້ເປັນແບບພະຍັນສະນະລາວໃນຍຸກໃໝ່ ເພາະຄົນທີ່ຈະເລີ່ມຕົ້ນຮຽນຕໍ່ຈາກນີ້ໄປກໍ່ລ້ວນແຕ່ເປັນຄົນລາວທີ່ໃຊ້ພະຍັນສະນະແບບໃໝ່ ຢ່າງເຊັ່ນ: ສັງຄາທິເສສ ກໍ່ຄວນໃຊ້ ສັງຄາທິເສດ. ແບບວ່າພາສາລາວເປັນພາສາທີ່ມີພະຍັນສະນະສົມບູນ ບໍ່ຂາດບໍ່ເກີນ... ຢ່າງເຊັ່ນ: ມະຫາວິພັງຄ໌ ມັນຈະເປັນແບບການໃຊ້ພະຍັນສະນະໄທ ຖ້າພະຍັນສະນະລາວກໍ່ຄວນເປັນ ມະຫາວິພັງ (ຖ້າຜິດພາດປະການໃດກໍ່ຂໍອະໄພນຳ) ເພາະນີ້ເປັນຄວາມເຫັນສ່ວນຕົວເທົ່າທີ່ເຄີຍຮຽນມາຫຼັງຈາກມີການປະກາດໃຊ້ພາສາລາວແບບໃໝ່

    ตอบลบ
    คำตอบ
    1. ດີແທ້ກໍ່ຢາກໃຫ້ໃຊ້ຟ້ອນຕ໌ເປັນຟ້ອນຕ໌ ST-OT ສ່ວນຂະໜາດແມ່ນໃຫ້ໃຫຍ່ຂຶ້ນເປັນ 12 ຫຼື 14 ກໍ່ຍິ່ງດີ...

      ลบ