ມູນເຫດແຫ່ງການເຮັດມະຫາກະຖິນ



ຄຳວ່າກະຖິນ ໄດ້ແກ່ໄມ້ສະດຶງທີ່ເຮັດເປັນກອບ ສະລັບຂຶງຫຍິບຜ້າ ຈີວອນຂອງພຣະພິກຂຸ ເປັນຊື່ຜ້າ ຊື່ວ່າຜ້າກະຖິນ ເຊິ່ງມີການກຳນົດການເຮັດ 1 ເດຶອນ ຄືຕັ້ງແຕ່ແຮມ 1 ຄ່ຳ ເດືອນ 11 ເຖິງກາງເດືອນ 12 ຫາກມີຜູ້ສັດທາ ຢາກຈະຖວາຍກ່ອນ ຫລືຫລັງກຳນົດນີ້ ຈະບໍ່ເອິ້ນວ່າ ກະຖິນ ໃຫ້ເອິ້ນວ່າກອງອັດຖະ ແຕ່ນິຍົມກັນເຮັດໂດຍ ເດືອນຂຶ້ນ ເດືອນ 12 ເພາະສ່ວນຫລາຍ ຈະເຮັດເປັນມະຫາກະຖິນ ເຊິ່ງຈະມີໂອກາດກະກຽມ ເຄື່ອງບໍຣິຂານ ບໍຣິວານກະຖິນ ໃຫ້ໄດ້ຫລາຍໆ ເພາະມີກຳນົດເຮັດ ໃນເດືອນ 12 ຈຶ່ງຊື່ວ່າ ບຸນເດືອນ 12 ຄືບຸນກະຖິນ ແລະມີຄວາມເຊື່ອວ່າຜູ້ໃດໄດ້ສ້າງກອງມະຫາກະຖິນແລ້ວ ຈະໄດ້ໄປເກີດເມືອງະຫວັນ ດັ່ງມີເລື້ອງລາວຂອງ ຕີນນະບານບູຣຸດເປັນຕົວຢ່າງ ຈຶ່ງນິຍົມກັນສ້າງຫລາຍ.

ມູນເຫດແຫ່ງການເຮັດມະຫາກະຖິນ : ມີເລື່ອງເລົ່າກັນວ່າ ພິກຂຸຊາວເມືອງປາວາ 30 ອົງ ຈະໄປເຝົ້າສົມເດັດພຣະຜຸ້ມີພຣະພາກເຈົ້າ ທີ່ວັດເຊຕະວັນ ແຕ່ໄປບໍ່ທັນວັນເຂົ້າພັນສາ ຈຶ່ງພັກຈຳພັນສາທີ່ເມືອງສາເກດ ພໍອອກພັນສາກໍ່ຮີບໄປເຂົ້າເຝົ້າ ຍ່າງຕາກແດດ ຕາກຝົນ ໄປຕາມທາງທີ່ເປື້ອນຂິ້ຕົມ ຜ້າຈີວອນກໍ່ປຽກຊຸ່ມໄປດ້ວຍນ້ຳຝົນ ຈົນເຖິງວັນເຊຕະວນ ພຣະສັມມາສັມພຸທທະເຈົ້າ ຊົງຮັບຮູ້ເຖິງຄວາມຍາກລຳບາກ ຂອງພຣະພິກຂຸສົງທັງຫລາຍເຫລົ່ານັ້ນ ຈຶ່ງຊົງອະນຸຍາດໃຫ້ຮັບຜ້າກະຖິນໃນໄລຍະຫລັງພັນສາ 1 ເດືອນ ຈຶ່ງມີການເຊື່ອຖືເປັນປະເພນີຈົນມາຮອດທຸກມື້ນີ້ ແລະນາງວິສາຂາ ເປັນຜູ້ທຳອຶດ ທີ່ນຳຜ້າກະຖິນໄປຖວາຍໃຫ້ພຣະພິກຂຸສົງ ໂດຍມີພຣະສັມມາສັມພຸທທະເຈົ້າເປັນປະທານ ຕໍ່ມາການເຮັດກະຖິນ ເກີດຍາກລຳບາກຂຶ້ນ ເປັນຕົ້ນແມ່ນວ່າ : ຜ້າທີ່ຖວາຍບໍ່ພຽງພໍແກ່ພຣະພິກຂຸສົງ ແລະພຣະສົງບໍ່ຮູ້ວ່າຈະໃຫ້ແກ່ຜູ້ໃດ ເປັນເຫດໃຫ້ພຣະສັມມາສັມພຸທທະເຈົ້າຊົງບັນຢັດ ສິກຂາບົດເພິ່ມຂຶ້ນອີກວ່າ ຜ້າກະຖິນສົມຄວນໃຫ້ ພີກຂຸຜູ້ຈຳພັນສາຄົບໄຕມາສ 3 ເດືອນ ຜູ້ມີຈີວອນເກົ່າກວ່າຫມູ່ ແລະຜູ້ສະຫລາດໃນພຣະວິໄນ ແລະໃຫ້ພິກຂຸຜູ້ຈຳພັນສາ ພາກັນອະນຸໂມທະນາ ເປັນໄດ້ຊື່ວ່າຮັບຜ້າກະຖິນດ້ວຍກັນ ມີອະນິດສົງເຫມືອນກັນ.
ພິທີເຮັດກະຖິນ ມີ 2 ກະຖິນ ຄື :
- ຈຸລະກະຖິນ ເອິ້ນວ່າກະຖິນນ້ອຍ.
- ມະຫາກະຖິນ ເອິ້ນວ່າກະຖິນໃຫຍ່ ທັງ 2 ກະຖິນ ນີ້ຈະຕ້ອງມີການຈອງເສຍກ່ອນ .

ຈຸລະກະຖິນ ກໍ່ຄືການເຮັດກະຖິນຢ່າງຮີບດ່ວນ ຫລືເຮັດໂດຍໄວໆ ໃຫ້ແລ້ວໃນວັນດຽວ ເຊິ່ງເລີ່ມແຕ່ເຂັນດອກຝ້າຍ ເປັນຕົ້ນ ແລ້ວເກັບມາປັ່ນຕ່ຳ ຕັດ ຫຍິບ ຍ້ອມ ໃຫ້ແລ້ວໃນມື້ດຽວເທົ່ານັ້ນ ແລະກະຖິນຊະນິດນີ້ດົນໆ ຈຶ່ງຈະມີຄັ້ງຫນຶ່ງ ເພາະຜູ້ເຮັດຈະຕ້ອງເປັນຜູ້ທີ່ມີຄວາມພ້ອມ ຊຳນານ ຈຶ່ງຈະເຮັດໃຫ້ທັນເວລາ ຖ້າບໍ່ພ້ອມ ແລະຊຳນານແລ້ວ ແມ່ນເຮັດບໍ່ໄດ້ແທ້ໆ.
ມະຫາກະຖິນ ຄືກະຖິນໃຫຍ່ ຜູ້ທີ່ຈະເຮັດຈະຕ້ອງໃຊ້ເວລາດົນ ໃນການຖວາຍພຣະພິກຂຸສົງຫລາຍ ແລະນິຍົມພາກັນເຮັດມະຫາກະຖິນກັນເປັນສ່ວນໃຫຍ່ ເພາະໄດ້ອະນິສົງບຸນຫລາຍ
ຜູ້ຮັບກະຖິນ ພິກຂຸຜູ້ມີສິດທີ່ຈະຮັບກະຖິນ ຕ້ອງຢູ່ຈຳພັນສາຄົບ 3 ເດືອນ ແລະມີພິກຂຸຢ່າງນ້ອຍ 5 ອົງ ຂຶ້ນໄປ ຕ່ຳກວ່ານັ້ນແມ່ນໃຊ້ບໍ່ໄດ້ ການທີຈະໄປນິມົນພຣະມາຈາກວັດອື່ນ ມານັ່ງໃຫ້ຄົບ 5 ອົງແລ້ວ ກະຖິນນັ້ນກໍ່ໃຊ້ບໍ່ໄດ້ ພິກຂຸທັງຜູ້ຮັບ ແລະຜູ້ອະນຸໂມທະນາ ຊື່ວ່າການກະຖິນ

ທອດກະຖິນ ໄດ້ແກ່ໄວ້ໃຈ ຄືທອດອາໄລ ມອບໃຫ້ພຣະສົງເປັນໃຫຍ່ ຜ້າທີ່ເຮົານຳໄປນັ້ນ ພຣະສົງຈະເຫັນສົມຄວນ ແກ່ອົງໃດກໍ່ໄດ້ ເຈົ້າພາບບໍ່ໄດ້ເປັນໃຫຍ່ ບໍ່ໄດ້ຖວາຍໃຫ້ຄວາມເຫັນເຫມືອນໃຫ້ທາງຢ່າງອື່ນ ພຣະສົງເພິ່ນຈັດການເອງ ຊື່ວ່າທອດ ກ່ອນຈະທອດ ມີການແຫ່ໄປຍັງວັດ ເປັນການສະໜຸກສະໜ່ານມ່ວນຊື່ນຫລາຍ ເຈົ້າພາບອຸມຜ້າໄຕ ອົງກະຖິນ ພວກພອງຖືບໍຣິຂານບໍຣິວານຕາມຫລັງ ເຖິງສິມ ຫລືຫໍແຈກ ວາງເຄື່ອງກະຖິນ ຂຶງເຊືອກວົງອ້ອມປາຍເຊືອກຂ້າງຫນຶ່ງຜູກອົງກະຖິນຜ່ອນຜາໄຕຢູ່ ຈັບປາຍຂ້າງຫນຶ່ງ ເຈົ້າພາບນັ່ງ ອູ້ມຜ້າໄຕອົງກະຖິນ ກຽມໄວ້ບູຊາ ດອກໄມ້ ອາຣາດທະນາ ສະມາທານສິນແລ້ວ ເຈົ້າພາບຍົກຜ້າໄຕຖວາຍ ທານພ້ອມຄະນະພຣະຮັບອົງກະຖິນ.
Share on Google Plus

About ທັມມະທັມໂມ

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น