ຕະຈະປັນຈະກະກັມມັຕຖານ (ກັມມັຕຖານ5)

ຕະຈະປັນຈະກະກັມມັຕຖານ (ກັມມັຕຖານ5) ມີຄື: ຜົມ ຂົນ ເລັບ ແຂ້ວ ຫນັງ ເປັນກັມມັຕຖານຂອງພຣະພຸດທະອົງຊົງໃຫ້ຕອນທີ່ພຣະພິກຂຸບວດໃຫມ່ ໂດຍບັງຄັບພຣະອຸປັຊຊາ ຈະຕ້ອງບອກກ່າວແກ່ບຸກຄົນທີ່ບວດເປັນພິກຂຸນັ້ນ ໂດຍປັບໂທດເອົາໄວ້ຖ້າບໍ່ປະຕິບັດຕາມ ພຣະພຸດທະອົງຊົງເຫັນປະໂຫຍດຢ່າງໃດ.? ຄືວ່າ ຖ້າພິກຂຸໃດບໍ່ຮູ້ ຫຼື ຮູ້ແລ້ວ ແຕ່ບໍ່ຮູ້ແຈ້ງແທງຕະຫຼອດໃນກັມມັຕຖານທັງ 5 ນີ້ ຖືວ່າບໍ່ສາມາດຈະເຂົ້າເຖຶງພຣະອະຣິຍະເຈົ້າ ຫຼື ພຣະອໍຣະຫັນຕ໌ໄດ້ນັ້ນເອງ ສະແດງໃຫ້ເຫັນວ່າມີຄວາມສຳຄັນຫລາຍ

ບຸກຄົນທີ່ບວຊມາໃນສາສນານີ້ ເປັນຜູ້ສັດທາທີ່ຈະຮູ້ແຈ້ງແທງຕະຫຼອດ ໃນພຣະສັທທັມ ຈຶ່ງອຸທິດຕົນເຂົ້າມາບວດໃນສາສນານີ້ ເພື່ອຫວັງຄວາມພົ້ນທຸກຂ໌ເປັນເປົ້າຫມາຍ ແຕ່ກັບລະຖິ້ມ ຫຼື ບໍ່ໃຫ້ຄວາມສົນໃຈກັມມັຕຖານ 5 ນີ້ແລະຍັງຫວັງວ່າເຮົາຈະປະຕິບັດໄປໃນທາງອື່ນໆ ທີ່ນອກເໜືອຈາກນີ້ ເພາະມີຄວາມເຫັນວ່າກັມມັຕຖານມີຫລາຍແບບຈະໄປທາງໃດກໍ່ໄດ້ ແລ້ວເຂົ້າສູ່ຄວາມພົ້ນທຸກຂ໌ໄດ້ເໝືອນກັນ ເຊິ່ງຄວາມເຫັນເຊັ່ນນີ້ບໍ່ຄວນມີເລີຍ

ກັມມັຕຖານ 5 ນີ້ ມີຊື່ເອີ້ນອີກຢ່າງຫນຶ່ງວ່າ “ ມູລກັມມັຕຖານ “ ແປວ່າ ຮາກເຫງົ້າຂອງກັມມັຕຖານ ເຊິ່ງເຮົາຈະເຫັນໄດ້ວ່າກັມມັຕຖານມີຫລາຍຮູບແບບກໍ່ຈິງ ແຕ່ກໍ່ລວມລົງບ່ອນດຽວ ຄື: ຮາກເຫງົ້າ ປຽບເໝືອນຕົ້ນໄມ້ຕົ້ນຫນຶ່ງເຖິງວ່າຈະມີສ່ວນປະກອບຫລາຍຢ່າງເຊັ່ນ: ຕົ້ນ ເປືອກ ແກ່ນ ກິ່ງ ໃບ ດອກ ຫມາກ ເປັນຕົ້ນ ແຕ່ກໍ່ລວມລົງຮາກເຫງົ້ານັ້ນເອງ ຈະຂາດຮາກເຫງົ້າບໍ່ໄດ້ເລີຍ ແມ່ນແຕ່ຕົ້ນໄມ້ຈະຈະເລີນເຕີບໃຫຍ່ ຫຼື ງອກງາມຫລາຍນ້ອຍປານໃດ ກໍ່ໄດ້ອາໃສຮາກເຫງົ້າເປັນຕົວຕັດສິນ.
ແຜນຜັງ

Share on Google Plus

About ທັມມະທັມໂມ

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น