ສັງຄະໂສພະນະ
ໂຍ ໂຫຕິ ພະຍັຕໂຕ ຈະ ວິສາຣະໂທ ຈະ ພະຫຸສສຸໂຕ ທັມມະທະໂຣ ຈະໂຫຕິທັມມັສສະ ໂຫຕິ ອະນຸທັມມະຈາຣີ ສະ ຕາທິໂສ ວຸຈຈະຕິ ສັງຄະໂສພະນະ
ໂຍ ໂຫຕິ ພະຍັຕໂຕ ຈະ ວິສາຣະໂທ ຈະ ພະຫຸສສຸໂຕ ທັມມະທະໂຣ ຈະໂຫຕິທັມມັສສະ ໂຫຕິ ອະນຸທັມມະຈາຣີ ສະ ຕາທິໂສ ວຸຈຈະຕິ ສັງຄະໂສພະນະ
ບຸກຄົນໃດເປັນຜູ້ສະຫຼາດ
ເປັນຜູ້ແກ້ວກ້າ ເປັນພະຫູສູດ ເປັນຜູ້ຊົງໄວ້ເຊິ່ງທັມ
ແລະເປັນຜູ້ປະພຶດທັມຕາມສົມຄວນແກ່ທັມ ບຸກຄົນຜູ້ເຊັ່ນນັ້ນເພີ່ນເອີ້ນວ່າເປັນ ສັງຄະໂສພະນະ
ແປວ່າ ຜູ້ທີ່ທຳໃຫ້ໝູ່ຄະນະມີຄວາມງົດງາມ ຜູ້ປະຕິບັດຕາມບຸກຄົນຜູ້ເຊັ່ນນີ້
ຈະທຳໃຫ້ສັງຄົມແລະໝູ່ຄະນະນັ້ນເກີດຄວາມງົດງາມ.
ພະຍັຕໂຕ ແປວ່າຜູ້ສະຫຼາດ
ໄດ້ມາຈາກການສຶກສາຫາຄວາມຮູ້ ໃຊ້ປະສົບການ ສະຫຼາດໃນການທີ່ໃຊ້ຄວາມຄິດໃນການດຳເນີນຊີວິດ
ມີຫົວໃຈຄວາມເປັນບັນດິດ ຄື ສຸ ຈິ ປຸ ລິ ບຸກຄົນໃດກໍ່ຕາມທີ່ຈະເປັນບັນດິດຕ້ອງມີ
ສຸ ຈິ ປຸ ລິ ມີປະສົບການແລະສາມາດອ່ານໂລກອ່ານທັມໄດ້
ວິສາຣະໂທ ຄື ເປັນຜູ້ແກ້ວກ້າ
ອາດຫານ ສາມາດຂັນອາສາເຮັດງານໃຫຍ່ໄດ້ ຮັບເຮັດງານທີ່ຄົນອື່ນບໍ່ກ້າທີ່ຈະເຮັດ
ພະຫຸສສຸໂຕ ຄື ເປັນພະຫູສູດ ພາສາວັດເອີ້ນວ່າ ຕູ້ພຣະໄຕຣປີດົກເຄື້ອນທີ່
ຖາມຫຍັງກໍ່ສາມາດທີ່ຈະແກ້ໄຂປັນຫາກັມນັ້ນໄດ້
ສາມາດຊີ້ທາງສະຫວ່າງໃຫ້ແກ່ລູກສິດລູກຫາຫຼືບຸກຄົນທີ່ມີຄວາມສົນໃຈໃນເລື່ອງ ປະເພນີ ສາສນາ
ພາສາ ຫຼືແມ່ນແຕ່ຫຼັກປະຕິບັດໃນການດຳເນີນຊີວິດຕ່າງໆ ນຳມາເຊິ່ງປະໂຫຍດສຸຂແກ່ສາທຸຊົນ
ທັມມະທະໂຣ ຄື
ເປັນຜູ້ດຳລົງໄວ້ເຊິ່ງທັມ ຄື ທາງດ້ານ ພາສາ ສາສນາ ວັດທະນະທຳ ປະເພນີ
ທີ່ຖືປະຕິບັດແລະໃຊ້ກັນມານີ້ ສາມາດທີ່ຈະດຳລົງໄວ້ຊຶ່ງຄວາມດີງາມໃນສຸຈະຣິຕທັມທຸກປະການ
ທັມມັສສະ ໂຫຕິ ອະນຸທັມມະຈາຣີ
ເປັນຜູ້ມີປົກກະຕິປະພຶດທັມຕາມສົມຄວນແກ່ທັມ ຮັກສາສີລ 5 ປະຕິບັດທັມ 5 ມີສີລທັມບໍ່ຂາດ
ບໍ່ປະມາດ ບໍ່ເຜີສະຕິ.
0 ความคิดเห็น:
แสดงความคิดเห็น