ພຣະອະພິທັມມັຕຖະສັງຄະຫະ
ສະໄຫມຫຼັງພຸດທະການ ປີ ພ.ສ 900 ມີພຣະເຖຣະຜູ້ຊົງຄວາມຮູ້ໃນພຣະໄຕຣປີດົກ ເພີ່ນມີນາມວ່າ ພຣະອະນຸຣຸດທະເຖຣະ
ເຊິ່ງເພີ່ນເປັນຊາວກາວິນກັນຈິ ແຂວງເມືອງມັດທະຣາຊ ພາກໃຕ້ຂອງອິນເດຍ
ເພີ່ນໄດ້ມາສຶກສາພຣະອະພິທັມຢູ່ທີ່ສຳນັກວັດຕຸມູລໂສມາຣາມ ເມືອງອະນຸຣາຊບຸລີ ປະເທດລັງກາ
ຈົນມີຄວາມແຕກສານ ແລະໄດ້ຮັບຍົກຍ້ອງວ່າເປັນປຣາດທາງພຣະອະພິທັມທ່ານຫນຶ່ງ
ຕໍ່ມາເພີ່ນໄດ້ຮັບອາຣາທະນາ ຈາກນັມພະອຸບາສົກຜູ້ເປັນທາຍົກ ໃຫ້ຊ່ວຍຮຽບຮຽງພຣະອະພິທັມປິດົກ
ເຊິ່ງເປັນຄຳພີທີ່ລະອຽດແລະເລີກເຊິ່ງຫລາຍນັ້ນ
ໃຫ້ສັ້ນແລະງ່າຍເພື່ອສະດວກແກ່ການສຶກສາແລະຈົດຈຳ
ດ້ວຍຄວາມມຸ້ງຫມາຍທີ່ຈະໃຫ້ເປັນປະໂຫຍດແກ່ນັກສຶກສາ ພຣະອະພິທັມທັງຫຼາຍໃນອະນາຄົດ
ພຣະອະນຸຣຸດທາຈາຣຍ໌ຈຶ່ງໄດ້ອາໄສພຣະບາລີ ອັດຖະກະຖາ ດີກາ ແລະອະນຸດີກາ
ມາເປັນຫຼັກໃນການຮຽບຮຽງພຣະອະພິທັມສະບັບຫຍໍ້ ແລະຮຽກຊື່ຄຳພີນີ້ວ່າ
ພຣະອະພິທັມມັຕຖະສັງຄະຫະ
ສຽງສູດທຳນອງລາວສະໄຫມໃຫມ່
ມີຄິບສຽງພ້ອມ ຄິກເລີຍ
# ຢ່າລືມກົດໄລຄ໌ ກົດແຊຣ໌...
0 ความคิดเห็น:
แสดงความคิดเห็น